ກັບຄືນ

ບໍ່ຕ້ອງກັງວົນຖ້າຫາກ ເຮົາຮຽນຂຽນໂປຣແກຣມຊ້າກວ່າຄົນອື່ນ
Ketsadaphone

Ketsadaphone

29 Dec, 2022

ບໍ່ຕ້ອງກັງວົນຖ້າຫາກ ເຮົາຮຽນຂຽນໂປຣແກຣມຊ້າກວ່າຄົນອື່ນ

ຂໍ້ຕົກລົງ ແລະ ເງື່ອນໄຂ

ມີທິດສະດີໜຶ່ງທີ່ຫຼາຍໆຄົນມັກເຊື່ອ ທີ່ວ່າ “ເຮົາສາມາດເຮັດບາງສິ່ງບາງຢ່າງບັນລຸເປົ້າໝາຍໄດ້ພາຍໃນ 3 ເດືອນ”. Danny Thompson ໄດ້ຕັ້ງ Poll ໃນ Twitter ວ່າ ”ເຈົ້າໃຊ້ເວລາຈັກເດືອນ ເພື່ອຈະໄດ້ຮັບວຽກທຳອິດ ໃນດ້ານ IT”

  • 22% ຕອບວ່າໄດ້ພາຍໃນ 3 ເດືອນ.
  • 80% ຂອງຜູ້ເຂົ້າຮ່ວມຕອບທັງໝົດ ໃຊ້ເວລາສະເລ່ຍ 1 ປີກວ່າໆ.

ຄວາມຈິງກໍ່ຄືຄົນສ່ວນໃຫ່ຍຈະບໍ່ໄດ້ເປັນ Programmer ທີ່ໄດ້ຮັບຈ້າງພາຍໃນ 6 ເດືອນແນ່ນອນ ແລະ ບໍ່ຕ້ອງເວົ້າເຖິງ 3 ເດືອນເລີຍເພາະມັນເປັນໄປໄດ້ຍາກຫຼາຍ. ແຕ່ສຳລັບຜູ້ທີ່ຕອບວ່າ ສາມາດເຮັດໄດ້ພາຍໃນ 3 ເດືອນ ພວກເຂົາອາດຈະເປັນຜູ້ທີ່ບໍ່ໄດ້ເລີ່ມແຕ່ 0 ຄືເຮົາ ຫຼື ພວກເຂົາອາດຈະເປັນຜູ້ທີ່ບໍ່ເໝາະສົມດ້ວຍຊ້ຳ ຖ້າຈະຖືກຈ້າງວຽກພາຍໃນ 3 ເດືອນ.

ແລ້ວເຮົາຄວນເຮັດແນວໃດ?

ຮຽນໄປເລື້ອຍໆດົນໆ

ບໍ່ເປັນຫຍັງຖ້າຫາກຈະໃຊ້ເວລາດົນໃນການຂຽນໂປຣແກຣມ. ເພາະການຮຽນການຂຽນໂປຣແກຣມ ຫຼື ການຮຽນສິ່ງອື່ນໆ ບໍ່ແມ່ນການແຂ່ງຂັນ. ຮຽນເພື່ອໃຫ້ເຂົ້າໃຈທ່ອງແທ້, ຮຽນດ້ວຍຄວາມຢາກຮູ້ຢາກເຫັນ. ແຕ່ບໍ່ຄວນກົດດັນ ແລະ ເລັ່ງຟ້າວຕົນເອງຫຼາຍ ນອກຈາກຈະຮຽນແບບຜ່ານໆບໍ່ເຂົ້າໃຈ ຍັງສິເຮັດໃຫ້ເສຍເວລາກັບມາຮຽນຄືນ ແລະ ບໍ່ເປັນຜົນດີໃນອະນາຄົດແນ່ນອນ.

ຢ່າເອົາຕົວເອງໄປປຽບທຽບນຳຄົນອື່ນ

ຈົ່ງເຄົາລົບ ແລະ ໃຫ້ກຽດຕົນເອງ, ເຮົາເກີດມາມີສະຖານະພາບທີ່ແຕກຕ່າງກັນ ເຊິ່ງມັນສົ່ງຜົນໄປໃນດ້ານຕ່າງໆ. ເຂົ້າໃຈວ່າການເຊົາປຽບທຽບຕົນເອງ ກັບ ຄົນອື່ນເປັນເລື່ອງທີ່ຍາກ. ແຕ່ຖ້າຫາກວ່າເຮົາຮູ້ສຶກແບບນັ້ນເມື່ອໃດ ສິ່ງທີ່ຄວນເຮັດກໍ່ຄື ແທນທີ່ຈະປຽບທຽບຕົນເອງກັບຄົນອື່ນ ຄວນປ່ຽນເປັນ ສຶກສາສະແຫວງຫາໃນສິ່ງທີ່ພວກເຂົາຮູ້ດີກວ່າ.

ຮຽນໃຫ້ຖືກວິທີຂອງຕົນເອງ

ບາງຄົນອາດຈະຮຽນຂຽນ Code ຫຼາຍຊົ່ວໂມງຕິດຕໍ່ກັນໂດຍທີ່ບໍ່ໄດ້ວາງແຜນເປັນເວລາ ຮຽນໄປເລື້ອຍໆ ຮູ້ສຶກເມື່ອຍ ຫຼື ຢາກພໍຕອນໃດກໍ່ພໍ. ສິ່ງນີ້ມັນເປັນໄດ້ທັງຂໍ້ດີ ແລະ ຂໍ້ເສຍຕໍ່ໄລຍະຍາວ. ສະນັ້ນ, ເຮົາຄວນຜ່ານແຜນການຮຽນໃຫ້ແນ່ນອນຍົກຕົວຢ່າງ: ຮຽນ 25 ນາທີ ແລະ ພັກ 5 ນາທີ ຈາກນັ້ນໃຫ້ເຮັດວົນຊ້ຳໄປເລື້ອຍໆ, ຕັ້ງເປົ້າໝາຍໃຫ້ຊັດເຈນວ່າ ມື້ນີ້ເຮົາຈະຮຽນສິ່ງໃດໃຫ້ໄດ້. ແຕ່ແນວໃດກໍ່ຕາມ ກໍບໍ່ມີວິທີໃດທີ່ດີທີ່ສຸດໃນການຮຽນຂຽນໂປຣແກຣມ ແຕ່ວິທີທີ່ດີທີ່ສຸດກໍ່ຄື ວິທີທີ່ເຮົາເຮັດແລ້ວເກີດຜົນດີ ແລະ ປະໂຫຍດສູງສຸດຕໍ່ຕົນເອງ.

ໃຫ້ລາງວັນຕົນເອງກັບຄວາມສຳເລັດເລັກໆໜ້ອຍໆ

ພວກເຮົາອາດຈະຂີ້ຄ້ານ ແລະ ບໍ່ມັກເຮັດໃນສິ່ງທີ່ຕ້ອງຝືນ, ແຕ່ຄຳວ່າ “ວິໄນ” ຈະມາກັບຄຳວ່າຝືນສະເໝີ. ບາງມື້ເຮົາອາດຈະຂີ້ຄ້ານລຸກເຊົ້າ ບໍ່ຢາກເຮັດຫຍັງເລີຍ ແຕ່ວ່າຖ້າເປັນໄປໄດ້ເຮົາສາມາດກຳຈັດຄວາມຂີ້ຄ້ານເຫຼົ່ານີ້ໄດ້ ໂດຍການເຮັດສິ່ງຕ່າງໆໄປປະມານ 5-10 ນາທີແລ້ວເຄື່ອງສິຕິດເອງ ຈາກການຂີ້ຄ້ານ ກາຍເປັນການລົງມືເຮັດ. ຝຶກໄປແຕ່ລະວັນ ເຮົາກໍ່ມີຄວາມກ້າວໜ້າໄດ້ ແລ້ວຄວາມກ້າວໜ້າເຮົາວັດໄດ້ຈາກບ່ອນໃດ ມັນວັດໄດ້ຈາກສິ່ງທີ່ເຮົາຮຽນໃນແຕ່ລະມື້ ວ່າເຮົາໄດ້ຫຍັງແນ່ ທັງຄວາມສຳເລັດ ແລະ ຄວາມຫຼົ້ມເຫຼວ. ສຸດທ້າຍ ຕາບໃດທີ່ເຮົາຍັງພັດທະນາຕົນເອງ ສຶກສາຮ່ຳຮຽນຮູ້ໃນສິ່ງໃໝ່ເລື້ອຍໆໃນແຕ່ລະວັນ ນັ້ນແລະຄືຄວາມສຳເລັດຂອງເຮົາ ແລະ ທີ່ສຳຄັນຢ່າລືມໃຫ້ລາງວັນຕົນເອງ ແລະ ສະຫຼອງກັບຄວາມສຳເລັດນັ້ນດ້ວຍ.

Bootcamp ບໍ່ຈຳເປັນສະເໝີໄປ

Bootcamp ໝາຍເຖິງການຈັດກິດຈະກຳການຮຽນຮູ້ໄລຍະສັ້ນ, ແຕ່ວ່າໃນໄລຍະສັ້ນນີ້ ກໍ່ຈະຕ້ອງຮັບເອົາຂໍ້ມູນມະຫາສານເຂົ້າມາໃນສະໝອງ ໃນເວລາສັ້ນໆ ອາດຈະບໍ່ເໝາະສຳລັບທຸກຄົນ. ສຳລັບໃຜທີ່ຍັງເປັນຜູ້ເລີ່ມຕົ້ນໃໝ່ໆ ແມ່ນໃຫ້ສຶກສາດ້ວຍຕົນເອງໃຫ້ມີຄວາມຮູ້ຄວາມເຄີຍຊິນກັບການຂຽນໂປຣແກຣມເສຍກ່ອນ ຈຶ່ງໄປເຂົ້າ Bootcamp. ເພາະວ່າບໍ່ແມ່ນທຸກຄົນທີ່ຈະສາມາດຮຽນຮູ້ຫຼາຍໆສິ່ງຫຼາຍຢ່າງພ້ອມກັນ ໃນໄລຍະເວລາອັນສັ້ນໄດ້.

ລົງມືເຮັດກັນເລີຍ !

ຢ່າກົດດັນຕົນເອງຫຼາຍເພື່ອໃຫ້ຕົນເອງຮຽນຮູ້ໃນການຂຽນໂປຣແກຣມແບບໄວໆ ເຮົາທຸກຄົນທີ່ເກີດມາລ້ວນແຕ່ເປັນມະນຸດທີ່ມີເອກະລັກສະເພາະຕົວ ແລະ ອາໄສໃນສະຖານະພາບທີ່ແຕກຕ່າງກັນ. ຢ່າໄປສົນໃຈວ່າໃຜຈະໄດ້ວຽກໃນເວລາ 3 ເດືອນ 6 ເດືອນ ຫຼື ເຈົ້າຈະໄດ້ເຮັດວຽກ 1 ປີ 3 ປີ. ເພາະສຸດທ້າຍເຮົາກໍ່ໄດ້ເຮັດຄືກັນ ບໍ່ມີຄຳວ່າຊ້າເກີນໄປຖ້າລົງມືເຮັດແຕ່ຕອນນີ້ ແລະ ຜູ້ຂຽນເອງກໍ່ເຊື່ອສະເໝີວ່າ ຖ້າເຮົາພະຍາຍາມໃຫ້ທຸກໆມື້ມັນດີ ແລ້ວກໍ່ຈະໄດ້ຮັບສິ່ງດີໆໃນອະນາຄົດແນ່ນອນ. ສູ້ໆ!!!

ບົດຄວາມນີ້ຖືກແປ ແລະ ເພີ່ມເນື້ອຫາເຂົ້າໄປຕາມມຸມມອງຜູ້ຂຽນ ຖ້າຫາກວ່າຖືກຜິດຈຸດໃດ ຜູ້ອ່ານສາມາດຕິຊົມໄດ້, ຂໍຂອບໃຈ

Credit: https://levelup.gitconnected.com/6-tips-to-learn-programming-faster-fa76e21b4213

ສະແດງຄວາມຄິດເຫັນ

Ketsadaphone
Ketsadaphone

ຄຸນສົມບັດ,​ ທັດສະນະຄະຕິ,​ ພຶດຕິກຳ ແລະ ນິດໄສ ເປັນຮາກຖານຂອງການປະສົບຜົນສຳເລັດໃນທຸກສາຍອາຊີບ

ບົດຄວາມທີ່ກ່ຽວຂ້ອງ