ກັບຄືນ

ວິທີສ້າງລະບົບນິໄສ ແລະ ແຮງຈູງໃຈທີ່ດີສຳລັບ ໂປຣແກຣມເມີ້
Ketsadaphone

Ketsadaphone

29 Dec, 2022

ວິທີສ້າງລະບົບນິໄສ ແລະ ແຮງຈູງໃຈທີ່ດີສຳລັບ ໂປຣແກຣມເມີ້

ຈະເຮັດແນວໃດເມື່ອເຮົາບໍ່ມີແຮງຈູງໃຈທີ່ຈະເຮັດວຽກ ຫຼື ຫຍັງເລີຍ

ເຮົາຕ້ອງກ່ອນວ່າ ແຮງຈູງໃຈນັ້ນນັ້ນມີຫຼາຍຮູບແບບ:

  • ບາງມື້ກໍ່ຄຶການທີ່ເຮົາຢາກແຕ້ມຮູບ ເພາະວ່າບໍ່ມີຫຍັງເຮັດ ຫຼື ຢາກເຫັນສິນລະປະຕົນເອງ.
  • ບາງມື້ກໍ່ຄືການທີ່ເຮົາຢາກດູແລສຸຂະພາບຕົນເອງ ເພື່ອຢາກເຫັນຕົນເອງມີສຸຂະພາບທີ່ດີ.
  • ບາງມື້ກໍ່ຄືການທີ່ເຮົາຢາກອອກໄປຫຼິ້ນໄປທ່ຽວຂ້າງນອກ ຍ້ອນເຮົາເບື່ອທີ່ຕ້ອງຢູ່ໃນບ້ານເຮືອນເປັນເວລາຫຼາຍ.

ຈົ່ງຮັບຮູ້ ແລະ ພູມໃຈກັບແຮງຈູງໃຈຕ່າງໆທີ່ເຮົາໄດ້ມີ ແລະ ປ່ອຍໃຫ້ມັນເຂົ້າມາຕົວເຮົາ ພາເຮົາໄປເຈິຄວາມສຸກ ແລະ ປະສົບການໃໝ່ໆ.

ບາງວັນທີ່ຜູ້ແປບົດຄວາມນີ້ເບື່ອໆ ກໍ່ອາດຈະລອງຫາເຮັດສິ່ງໃໝ່ໆ ຫຼື ຖ້າຄິດຫຍັງບໍ່ອອກ ກໍ່ຈະໄປຫຼິ້ນເກມທີ່ຕົນເອງມັກໃນສະໄໝຍັງນ້ອຍ ເພື່ອຜ່ອນຄາຍຄຽດ.

ຂ້ອຍຮູ້ສຶກດີທີ່ໄດ້ເຮັດມັນ ເຖິງວ່າມັນຈະບໍ່ມີປະໂຫຍດຫຼາຍກໍ່ຕາມ ແຕ່ວ່າມັນກໍ່ດີຕໍ່ໃຈເຮົາໃນເວລາທີ່ເຮົາກຳລັງເຮັດສິ່ງນັ້ນໆ.

ເຖິງແມ່ນວ່າເຮົາຈະບໍ່ໄດ້ມີແຮງຈູງໃຈໃນການເຮັດວຽກຂຶ້ນມາ ແຕ່ວ່າເຮົາກໍ່ມີແຮງຈູງໃຈໃນການທີ່ເຮົາຢາກເຮັດສິ່ງທີ່ເຮັດ.

ແລ້ວເຮົາກໍ່ນຳເອົາແຮງຈູງໃຈນັ້ນ ນຳໄປໃຊ້ໃນວັນຕໍ່ໆໄປ.


💡 ແຕ່ວ່າມີສິ່ງໜຶ່ງທີ່ເຮົາຕ້ອງຈື່ນັ້ນກໍ່ຄື ແຮງຈູງໃຈໃດໜຶ່ງທີ່ເກີດຂຶ້ນມານັ້ນ ຈະມີເວລາຂອງມັນຢຸ່ໃນ 1-3 ອາທິດ. ສະນັ້ນ, ຈົ່ງໃຊ້ໄລຍະເວລານີ້ ໃນການເຮັດສິ່ງຕ່າງໆໃຫ້ເກີດປະໂຫຍດສູງສຸດ.

ລະບົບນິໄສແມ່ນຫຍັງ? ແລະ ເຮົາຈະສ້າງມັນຂຶ້ນມາໄດ້ແນວໃດ?


💡 ລະບົບນິໄສແມ່ນກິດຈະວັດປະຈຳວັນ ທີ່ຜ່ານການຄິດແບບຮອບຄອບ ທີ່ຈະຊ່ວຍໃຫ້ເຮົາເຂົ້າໃກ້ເປົ້າໝາຍຫຼາຍຂຶ້ນ.

ມັນເປັນລະບົບສິ່ງທີ່ເຮົາຕ້ອງເຮັດ ບໍ່ວ່າຈະດົນປານໃດກໍ່ຕ້ອງເຮັດ, ບັນຍາກາດທີ່ເຮົາຕ້ອງສ້າງກ່ອນທີ່ເຮົາຈະເຮັດສິ່ງທີ່ຕ້ອງເຮັດ ແລະ ວິທີທີ່ຈະນຳເຮົາເຂົ້າສູ່ກອບຄວາມຄິດທີ່ຖືກຕ້ອງ.

ຕົວຢ່າງ: ຜູ້ຂຽນເອງທີ່ເປັນ Developer ຈະມີການຕັ້ງເປົ້າໝາຍດັ່ງລູ່ມນີ້:

  1. ພາຍໃນອາທິດນີ້ແມ່ນຈະສ້າງ System Design ແລະ Prototype ຂອງເວັບໄຊ້ສອອກມາ.
  2. ພາຍໃນເດືອນນີ້ແມ່ນຈະຮຽນຮູ້ Framework ຫຼື Library ຫຼື ພາສາໃດໜຶ່ງ.
  3. ພາຍໃນໄຕມາດໃດໜຶ່ງຂອງປີນີ້ແມ່ນຈະປ່ອຍ Project ໃດໜຶ່ງຂອງເຮົາເອງ.
  4. ພາຍໃນປີນີ້ແມ່ນຈະຕ້ອງ ເຂົ້າໃຈພາສາ ຫຼື Framework ໃດໜຶ່ງຢ່າງແຈ່ມແຈ້ງ ແລະ ຕ້ອງຂຽນບົດຄວາມທຸກເດືອນ.

ຈາກນັ້ນ, ເຮົາກໍ່ຈະມາຄິດວ່າ ເຮົາຈະສາມາດແຍກເປົ້າໝາຍເຫຼົ່ານີ້ ອອກມາເປັນວຽກຍ່ອຍໆໄດ້ແນວໃດ. ເຮົາສາມາດເຮັດຫຍັງໄດ້ແນ່ໃນເວລາທີ່ມີຢູ່ຈາກວັນທີ່ເລີ່ມ ເພື່ອໃຫ້ໄປຮອດເປົ້າໝາຍ.

ຕົວຢ່າງເປົ້າໝາຍ: ການອອກແບບ ແລະ ສ້າງ Static Website

Deadline: 1 ອາທິດ.

Step:

  1. ຄົ້ນຄ້ວາເບິ່ງວ່າເຮົາຕ້ອງການຫຍັງແນ່ ບໍ່ວ່າຈະເປັນເຄື່ອງມືທີ່ຕ້ອງໃຊ້.
  2. ມີຂັ້ນຕອນໃດແນ່ທີ່ເຮົາຈະໃຊ້ໃນການອອກແບບ
  3. ຕັ້ງຄຳຖາມຕ່າງໆກ່ຽວກັບສິ່ງທີ່ເຮົາຈະເຮັດ
  4. ມີໃຜແນ່ທີ່ຊ່ວຍເຫຼືອເຮົາໄດ້ ຫຼື ມີແຫຼ່ງຂໍ້ມູນໃດແນ່ທີ່ສາມາດຊ່ວຍເຮົາ.

Timeline: ວັນ

  1. ຄົ້ນຄ້ວາເບິ່ງວ່າ ເວັບທີ່ເຮົາຈະສ້າງນັ້ນມີລັກສະນະແນວໃດ ອາດຈະໝາຍເຖິງສີ, ຂະໜາດຕົວໜັງສື, ຮູບແບບຂອງຟ້ອນ ແລະ ເອກະລັກສະເພາະຕົວ.
  2. ເລີ່ມລົງມືອອກແບບ System Design
  3. ລົງມືສ້າງ Prototype
  4. ທົດສອບ ແລະ ແກ້ໄຂ Prototype
  5. ອອກແບບໃຫ້ຮອງຮັບກັບທຸກໆອຸປະກອນ
  6. ເລີ່ມຂຽນ Code
  7. ປ່ອຍອອກສາທາລະນະ ຫຼື ເອົາລົງໄວ້ເປັນຜົນງານຕົນເອງໃນ GitHub.

💡 ເວລາທີ່ກ່າວມາຂ້າງເທິງເປັນພຽງການປະມານການໄວ້ຊື່ໆ ໃນຕົວຈິງຖ້າຜູ້ໃດມີຄວາມຊ່ຽວຊານ ອາດຈະສາມາດເຮັດສຳເລັດໄດ້ພາຍໃນ 3-4 ວັນ.

ລະບົບນິໄສຂອງຜູ້ແປ

ເປັນສິ່ງທີ່ຜູ້ແປໄດ້ໃຊ້ຢູ່ປະຈຳ ແລະ ເຮັດມັນຢູ່ທຸກວັນ.

ວິທີການຫາ Idea ໃໝ່ໆ

ປົກກະຕິແລ້ວຜູ້ແປ ມັກຈະເອົາຕົວໄປຢູ່ໃນສະພາບແວດລ້ອມທີ່ມັນກ່ຽວຂ້ອງກັບສາຍອາຊິີບ ຫຼື ສິ່ງທີ່ຕົນເອງກຳລັງເຮັດ. ໃນທີ່ນີ້ອາດຈະເປັນການໄປຮ່ວມກິດຈະກຳ, Event ຫຼື Boot ຕ່າງໆ.

ແຕ່ຖ້າວ່າຂ້າງເທິງມັນຍາກເກີນໄປສຳລັບຄົນທີ່ບໍ່ມັກໄປໄສ ແມ່ນຈະແນະນຳໃຫ້ຕິດຕາມ ສື່ທີ່ໃຫ້ຄວາມຮູ້ ຫຼື ເຮັດ Content ກ່ຽວກັບສິ່ງທີ່ເຮົາກຳລັງເຮັດ ບໍ່ວ່າຈະເປັນ YouTube, Facebook, Twitter ແລະ Platform ຕ່າງໆ.

ຈົ່ງເຊື່ອເຖາະວ່າ ຜູ້ແປເອງໄດ້ໄອເດຍໃໝ່ໆມາຈາກ ການເລື່ອນໄຖ Feed ຂອງແອັບທີ່ໄດ້ກ່າວມາຂ້າງເທິງ, ເພາະວ່າ ສິ່ງທີ່ຜູ້ແປຕິດຕາມ, ມັກອ່ານ, ມັກກົດໄລ້ຢູ່ເລື້ອຍໆ ແມ່ນຈະກ່ຽວຂ້ອງກັບເລື່ອງການເຮັດເວັບໄຊ້ສ, ການຂຽນ Code ທັງນັັ້ນ.

ດັ່ງນັ້ນ, ວິທີການຂອງ App ເຫຼົ່ານີ້ໃນປັດຈຸບັນແມ່ນ ຈະນຳສະເໜີເອົາສິ່ງທີ່ເຮົາມັກອ່ານມັກຄິກ ຂຶ້ນມາໃຫ້ເຮົາເຫັນໃນ Feed.

ແນ່ນອນວ່າ ບາງຢ່າງກໍ່ເປັນສິ່ງທີ່ເຮົາສົນໃຈ ແລະ ບາງຢ່າງກໍ່ເປັນສິ່ງທີ່ເຮົາບໍ່ໄດ້ສົນໃຈ.

ແຕ່ທີ່ແນ່ນອນ ເຮົາຈະໄດ້ແນວຄິດໃໝ່ໆຈາກສິ່ງທີ່ເຮົາເຫັນແນ່ນອນ.

ການຈັດການກັບເວລາ

ໃນການແບ່ງເວລານັ້ນໂດຍປົກກະຕິແລ້ວ ຜູ້ແປແມ່ນຈະໝາຍໄວ້ໃນປະຕິທິນເລີຍວ່າ ເລີິ່ມຕົ້ນເມື່ອໃດ ແລະ ສິ້ນສຸດເມື່ອໃດ.

ຈາກນັ້ນ, ກໍ່ແບ່ງສິ່ງທີ່ຕ້ອງເຮັດອອກມາເປັນແຕ່ລະວັນ. ແຕ່ລະອາທິດຄືກັບການແບ່ງຂ້າງເທີິງ.

ຖ້າເປັນວຽກທີ່ຕ້ອງເຮັດໂດຍທີບໍ່ໄດ້ Serious ດ້ານ Deadline, ຜູ້ແປມັກຈະແບ່ງເວລາໃນການເຮັດວຽກອອກເປັນສອງຊ່ວງຄື: ຊ່ວງເຊົ້າຂອງທຸກວັນ ແມ່ນຈະວາງແຜນໃນສິ່ງທີ່ຕ້ອງເຮັດ ຫຼື ເຮັດວຽກໃນສ່ວນທີ່ມັນງ່າຍໆບໍ່ຕ້ອງການສະມາທິຫຼາຍ. ແລະ ຊ່ວງກາງຄືນແມ່ນ ຊ່ວງທີ່ຈະປະຕິບັດລົງມືເຮັດ ເພາະເປັນຊ່ວງທີ່ສິ່ງລົບກວນນ້ອຍ ເຮັດໃຫ້ມີສະມາທິໃນການເຮັດວຽກ.

ແຕ່ຖ້າຫາກເປັນວຽກທີ່ Serious ທາງດ້ານ Deadline ແມ່ນຈະເຮັດຄືກັນກັບຂ້າງເທິງ ແຕ່ວ່າໃນຊ່ວງເຊົ້າແມ່ນຈະລົງມືປະຕິບັດໄປນຳພ້ອມໃຫ້ໄດ້ຫຼາຍເທົ່າທີ່ເປັນໄປໄດ້ ແລະ ຊ່ວງຄ່ຳກໍ່ເປັນຊ່ວງຕໍ່ຈາກຊ່ວງເຊົ້າທີ່ໃນປູທາງມາໄວ້ແລ້ວ.

ສ່ວນການແບ່ງເວລາໃນແຕ່ລະຊ່ວງແມ່ນຈະແນະນຳແບ່ງອອກເປັນຊົ່ວໂມງຖ້ວນ. ຕົວຢ່າງ:

  • ຊ່ວງເຊົ້າ: 9:00 - 11:00 (2 ຊົ່ວໂມງເຕັມ)
  • ຊ່ວງຄ່ຳ: 21:00 - 12:00 (3 ຊົ່ວໂມງເຕັມ)

ຫຼືຖ້າຫາກໃຜມີເວລາຫຼາຍກໍ່ສາມາດເພີ່ມຊ່ວງບ່າຍເຂົ້າໄປໄດ້ ອີງຕາມພະລັງງານ ແລະ ເວລາຂອງແຕ່ລະຄົນ.

ວິທີການສ້າງອາລົມ ກ່ອນທີ່ຈະເຮັດວຽກ

ອາລົມກໍ່ເປັນສິ່ງທີ່ສຳຄັນ ໃນການເຮັດວຽກ ແລະ ໃນການເຮັດສິ່ງຕ່າງໆ. ເພາະຖ້າເຮົາມີອາລົມຮ່ວມເຮົາກໍ່ຈະສາມາດເຮັດສິ່ງໆນັ້ນໄດ້ດີ, ໄດ້ດົນ. ໃນທີ່ນີ້ຈະແບ່ງອອກເປັນ 3 ສ່ວນຫຼັກໆຄື:

ການສ້າງອາລົມດ້ວຍສຽງ

ໝາຍເຖິງການເປີດເພງທີ່ຕົນເອງມັກ ໃນເວລາທີ່ຕົນເອງກຳລັງເຮັດວຽກ. ແນະນຳເປັນເພງທີ່ເບົາໆ Chill Chill. ບໍ່ເປັນເພງທີ່ອາລົມໜັກຫຼາຍເກີນໄປ ແລະ ບໍ່ຄວນເປີດສຽງດັງຈົນເກີນໄປ.

ການສ້າງອາລົມດ້ວຍກິ່ນ

ກິ່ນກໍ່ມີສ່ວນເພີ່ມສະມາທິ ແລະ ອາລົມໃນການເຮັດວຽກ. ໃນທີ່ນີ້ພວກທ່ານອາດຈະຊື້ທຽນຫອມມາໃຕ້ ໃນບໍລິເວນທີ່ພວກທ່ານຈະເຮັດວຽກ ເພື່ອສ້າງຄວາມຫອມລະມຸນໃນການເຮັດວຽກ.

ການສ້າງອາລົມດ້ວຍວິວ

ສະພາບແວດລ້ອມອ້ອມຂ້າງດ້ານການມອງເຫັນກໍ່ເປັນສ່ວນໜຶ່ງທີ່ສຳຄັນໃນການເຮັດວຽກ. ຖ້າໃຜເຮັດວຽກຢູ່ໜ້າຈໍຄອມ ກໍ່ແນະນຳໃຫ້ນັ່ງໃກ້ໜ້າຕ່າງ ເພື່ອໃຫ້ສາມາດແນມອອກໄປຂ້າງນອກເພື່ອພັກສາຍຕາ ຫຼື ຖ້າໃຜເຮັດໃນຫ້ອງມືດ ກໍ່ຄວນໃຫ້ມີແສງໄຟສະລົວເພື່ອເພີ່ມການມອງເຫັນ ແລະ ສີສັນພາຍໃນສະພາບການເຮັດວຽກ.

ວິທີການຕັດສິ່ງລົບກວນຈາກພາຍນອກ.

ສິ່ງທີ່ງ່າຍທີ່ສຸດ ແລະ ຜູ້ໃຊ້ມັກເຮັດກໍ່ຄືການປິດການແຈ້ງເຕືອນຈາກ ໂທລະສັບ ຫຼື ຄອມພິວເຕີ້ ໂດຍເປີດໂໝດຫ້າມລົບກວນຕະຫຼອດໄລຍະຊ່ວງເວລາການເຮັດວຽກ.

ບາງຄັ້ງກໍ່ອາດຈະຕັ້ງເວລາໄວ້ວ່າ ທຸກໆ 25 ນາທີຄ່ອຍມາເປີດເບິ່ງການແຈ້ງເຕືອນຂອງ ໂທລະສັບ.

ຖ້າຫາກໃຜທີ່ອາໄສຢູ່ໃນສະພາບແວດລ້ອມທີ່ມີການລົບກວນທາງດ້ານສຽງ ແມ່ນແນະນຳໃຫ້ຊື້ຫູຟັງມາໃສ່ ແລ້ວເປີດເພງໃນເວລາທີ່ເຮັດວຽກ.

ວິທີການເຮັດວຽກ

ຫຼັງຈາກທີ່ເຮົາໄດ້ມີການກະກຽມສະພາບແວດລ້ອມ ແລະ ອາລົມຕ່າງໆໃນການເຮັດວຽກໄດ້ແລ້ວ. ກໍ່ຈະມາເຖິງຂັ້ນຕອນການເຮັດວຽກ.

ໂດຍປົກກະຕິແລ້ວ ຜູ້ແປ ຈະມັກເຮັດວຽກໂດຍໃຊ້ຫຼັກການພ່ື້ນຖານຂອງ Pomodoro ກໍ່ຄື: ເຮັດວຽກ 25 ນາທີ ແລະ ພັກຜ່ອນ 5 ນາທີ.

ຫຼື ບາງຄົນກໍ່ສາມາດປັບປ່ຽນໄປຕາມຄວາມຕ້ອງການຂອງຕົນເອງໄດ້ເຊັ່ນ: ເຮັດວຽກ 45 ນາທີ ແລະ ພັກຜ່ອນ 15 ນາທີ.

ຈະສັງເກດເຫັນວ່າ ວິທີການນີ້ ຈະຖືກແບ່ງເປັນ 1 ຊົ່ວໂມງ.


💡 ສິ່ງທີ່ສຳຄັນໃນການເຮັດວຽກແມ່ນ ຫຼັງຈາກທີ່ເລີິ່ມຈັບເວລາແມ່ນ ໃຫ້ຂຽນ ຫຼື ລົງມືເຮັດໄປກ່ອນ ໂດຍທີ່ບໍ່ໃຫ້ຟ້າວຄຳນຶງເຖິງ ລະບຽບ, ຄວາມຖືກຕ້ອງ ຫຼື ຄວາມສວຍງາມຂອງວຽກ. ສິ່ງເຫຼົ່ານີ້ແມ່ນເຮົາຈະມາແກ້ຕາມຫຼັງ.

ຢ່າລືມພັກຜ່ອນ

ຢ່າງທີ່ໄດ້ກ່າວໄປໃນຂ້າງເທິງ ເຖິງວິທີການເຮັດວຽກແບບ Pomodoro ວ່່າມັນຈະມີຊ່ວງທີ່ເຮັດວຽກ ແລະ ຊ່ວງທີ່ພັກ.

ເຮົາອາດຈະໃຊ້ຊ່ວງທີ່ພັກນີ້ເອງ ອາດຈະລຸກໄປເຂົ້າຫ້ອງນ້ຳ, ລຸກໄປຢືດເສັ້ນຢືດສາຍ, ລຸກໄປກິນນ້ຳ ຫຼື ລຸກໄປອ່ານການແຈ້ງເຕືອນຈາກ ໂທລະສັບ ຫຼື ຄອມພິວເຕີ້.

ເຮັດມັນຊ້ຳອີກຮອບ

ຫຼັງຈາກທີ່ເຮົາເຮັດວຽກໃດໜຶ່ງສຳເລັດແລ້ວ ເຮົາຄວນບັນທຶກມັນໄວ້ ເພື່ອຕິດຕາມຄວາມຄືບໜ້າ. ຈາກນັ້ນ, ກໍ່ກະກຽມສິ່ງຕ່າງໆ ໃນສິ່ງທີ່ຕ້ອງເຮັດຖັດໄປ.

ສຸດທ້າຍ, ກໍ່ວົນເຮັດມັນອີກຄັ້ງຈາກຂ້າງເທິງ.

ບົດຄວາມນີ້ຖືກແປ ແລະ ເພີ່ມເນື້ອຫາເຂົ້າໄປຕາມມຸມມອງຜູ້ຂຽນ ຖ້າຫາກວ່າຖືກຜິດຈຸດໃດ ຜູ້ອ່ານສາມາດຕິຊົມໄດ້, ຂໍຂອບໃຈ

Credit: https://levelup.gitconnected.com/6-tips-to-learn-programming-faster-fa76e21b4213

ສະແດງຄວາມຄິດເຫັນ

Ketsadaphone
Ketsadaphone

ຄຸນສົມບັດ,​ ທັດສະນະຄະຕິ,​ ພຶດຕິກຳ ແລະ ນິດໄສ ເປັນຮາກຖານຂອງການປະສົບຜົນສຳເລັດໃນທຸກສາຍອາຊີບ

ບົດຄວາມທີ່ກ່ຽວຂ້ອງ