ກັບຄືນ

10 ພຶດຕິກຳທີ່ການຂຽນ Code ທີ່ດີສຳລັບ ໂປຣແກຣມເມີ້
Ketsadaphone

Ketsadaphone

04 Dec, 2022

10 ພຶດຕິກຳທີ່ການຂຽນ Code ທີ່ດີສຳລັບ ໂປຣແກຣມເມີ້

ໂດຍທຳມະຊາດແລ້ວ ໂປຣແກຣມເມີ້ນັ້ນ ຈຳເປັນຕ້ອງມີທັກສະທີ່ຈຳເປັນສຳລັບສາຍອາຊີບນີ້ເຊັ່ນ: ພາສາຄອມພິວເຕີ້ທີ່ກ່ຽວຂ້ອງກັບສາຍງານຕົນເອງ ແລະ ທັກສະບາງຢ່າງທີ່ຮຽນຮູ້ກໍ່ດີ ບໍ່ຮູ້ບໍ່ໄດ້ຄື ໂຄງສ້າງຂອງຂໍ້ມູນ ແລະ ອັລກໍຣິທຶມ ແລະ ການພັດທະນາເວັບໄຊ້ສເບື້ອງຕົ້ນ.

ການທີ່ຈະເປັນຄົນທີ່ໂດດເດັ່ນ ແລະ ເກັ່ງກວ່າຜູ້ອື່ນໆຈຳເປັນຕ້ອງໄດ້ໃຊ້ຫຼາຍສິ່ງຫຼາຍຢ່າງ ເຊິ່ງຈະປະກອບດ້ວຍ ທັກສະທີ່ຈຳເປັນສຳລັບຍຸກນີ້ (Meta-Skill) ທີ່ເປັນພື້ນຖານສູ່ຄວາມສຳເລັດ. ການປັບຕົວເຂົ້າກັບສະພາບແວດລ້ອມທີ່ປ່ຽນແປງໄວ ເພື່ອຄວາມຕ້ອງການຂອງເຕັກໂນໂລຊີ ແລະ ຮູ້ຈັກວິທີການໝົດໄຟໃນການເຮັດວຽກ ແລະ ການຮຽນແບບສະຫຼຽວສະຫຼາດ.

ເຈົ້າຕ້ອງຮູ້ຈັກວິທີການຈັດການແບ່ງເວລາ, ແບ່ງຂັ້ນຕອນຂອງການເຮັດວຽກ ແລະ ມີພະລັງງານພຽງພໍທີ່ຈະເຮັດສິ່ງເຫຼົ່ານີ້ ຈົນມັນໄດ້ກາຍເປັນນິໄສສ່ວນໜຶ່ງຂອງຕົວເຈົ້າເອງ.

ພາຍໃນບົດຄວາມນີ້, ເຮົາຈະເວົ້າເຖິງ 10 ພຶດຕິກຳນິໄສທີ່ນັກພັດທະນາໄດ້ອອກແບບມາ ເພື່ອໃຫ້ເຮົາກາຍເປັນສຸດຍອດໂປຣແກຣມເມີ້.

1. ການຂຽນ Code ໃຫ້ເປັນມິດກັບຜູ້ອ່ານ.

ໂປຣແກຣມເມີ້ສ່ວນໃຫ່ຍ ມັກຈະຂຽນ Code ໃນແບບທີ່ຕົນເອງຖະໜັດ, ມີຮູບແບບ ແລະ ວິທີການຂຽນ Code ເປັນຂອງຕົນເອງ ເພາະຄິດວ່າເຮັດໆໄປໃຫ້ມັນບັນລຸວຽກ ແລະ ເປົ້າໝາຍແລ້ວພໍ ໂດຍທີ່ບໍ່ໄດ້ຄຳນຶງສິ່ງທີ່ເກີດຂຶ້ນໃນອະນາຄົດເຊັ່ນ: ການຮ່ວມງານກັບຄົນອື່ນໂດຍທີ່ເຮົາໄດ້ແບ່ງປັນ File Code ເຮົາໃຫ້ຄົນອື່ນໄປພັດທະນາຕໍ່ ຫຼື ການເຮັດວຽກຮ່ວມກັນ. ສະນັ້ນ, ການຂຽນ Code ໃຫ້ເປັນມິດກັບຜູ້ອ່ານ ຈຶ່ງຈຳເປັນຢ່າງສູງໃນປັດຈຸບັນ ເພາະມັນຈະຊ່ວຍໃຫ້ຜູ້ອ່ານສາມາດເຂົ້າໃຈໃນ Source Code ຂອງເຮົາໃຫ້ສາມາດນຳໄປຕໍ່ຍອດ ຫຼື ເຮັດວຽກເປັນທີມໄດ້ງ່າຍຂຶ້ນ.

ຄວາມສະໝ່ຳສະເໝີ

ເມື່ອເຮົາຕັ້ງຕົວປ່ຽນແບບສ່ວນຕົວ (private variables) ເຮົາຄວນຕັ້ງຊື່ທີ່ມັນກ່ຽວຂ້ອງກັບຂະບວນການເຮັດວຽກຂອງ Code ເຮົາ. ໃຊ້ຮູບແບບດຽວກັນທຸກຄັ້ງ ແລະ ຖ້າຫາກເຮັດເປັນວຽກເປັນທີມກໍ່ຄວນປຶກສາກັນວ່າຈະຕັ້ງຊື່ແບບໃດໃຫ້ເຂົ້າໃຈ ແລະ ເຫັນພາບໃນທິດທາງດຽວກັນ.

ເຖິງແມ່ນວ່າໃນບາງຄັ້ງ ເຮົາຈະໃຊ້ຊື່ທີ່ຕັ້ງໃນແບບຂອງເຮົາເອງ. ແຕ່ແນວໃດກໍ່ຕາມ ຈະດີກວ່າຖ້າເຮົາຕັ້ງຊື່ທີ່ຢູ່ໃນຮູບແບບມາດຕະຖານ ຫຼື ທີ່ເອີ້ນວ່າ Code Linter ນັ້ນເອງ. ເພື່ອຊ່ວຍໃຫ້ການຂຽນ Code ເປັນມາດຕະຖານ ແລະ ໄປໃນທິດທາງດຽວກັນເມື່ອມີການເຮັດວຽກຮ່ວມກັບຄົນອື່ນ.

ຊື່ຕົວປ່ຽນທີ່ມີຄວາມໝາຍ

ເຮົາຄວນຕັ້ງຊື່ຕົວປ່ຽນ ແລະ ຟັງຊັ້ນ ໃຫ້ມັນມີຄວາມໝາຍທີ່ຊັດເຈນ. ປັບປຸງຊື່ຕົວປ່ຽນທີ່ເຮົາໄດ້ຕັ້ງໃຫ້ມີປະສິດທິພາບໃນການເຮັດວຽກ ເຊັ່ນ: ແທນທີ່ຈະໃຊ້ຄຳຫຍໍ້ ຫຼື ຄຳສັ້ນໆ ເຮົາຄວນໃສ່ຊື່ເຕັມສຳລັບຕົວປ່ຽນ ຫຼື ສຳລັບຟັງຊັ້ນກໍ່ໃຫ້ໃສ່ເປັນຄຳກຳມະ ປະສົມ ກັບຄຳນາມໄປເລີຍເພື່ອຄວາມຊັດເຈນ ແລະ ເຂົ້າໃຈ. ນອກນັ້ນ, ຍັງສາມາດຂຽນ Comment ເພື່ອອະທິບາຍການເຮັດວຽກຂອງຟັງຊັ້ນໆນັ້ນໄດ້ອີກດ້ວຍ.

ການຍະວ່າງ ແລະ ຂຶ້ນບັນທັດ

ພະຍາຍາມຈັດລະບຽບ Code ຂອງເຮົາດ້ວຍການຍະວ່າງ ແລະ ຂຶ້ນບັນທັດໃໝ່ ເພື່ອເຮັດໃຫ້ Code ຂອງເຮົາອ່ານງ່າຍ ແລະ ເຂົ້າເຖິງໄດ້ງ່າຍ. ນອກນັ້ນ, ມັນຍັງຊ່ວຍໃຫ້ອະທິບາຍການເຮັດວຽກຂອງ Code ນັ້ນໆໄດ້ຕົວມັນເອງອີກດ້ວຍ.

2. ການຈັດການລະບຽບ

ນອກຈາກການຂຽນ Code ໃຫ້ສະອາດ (Clean Code) ແລ້ວ, ໂປຣແກຣມເມີ້ຄວນຮຽນຮູ້ ແລະ ນຳແນວທາງຕ່າງໆໄປຈັດລະບຽບ Code ດ້ວຍ.

ວິທີການທີ່ນິຍົມທີ່ສຸດໃນການຂຽນ Code ຄື DRY(Don’t repeat yourself) ເຊິ່ງແປວ່າຢ່າເຮັດໃນສິ່ງໂຕເອງເຮັດແບບຊ້ຳໆກັນ. ເຊິ່ງໝາຍເຖິງການຫຼຸດ ການຂຽນ Code ທີ່ເຮັດວຽກອັນດຽວກັນຫຼາຍຄັ້ງໆ ແຕ່ວ່າປ່ຽນມາເປັນ Function ແທນເພື່ອຫຼຸດການຊ້ຳຊ້ອນຂອງ Code ລົງ. ໃນຂະນະດຽວກັນມັນສາມາດເຮັດໃຫ້ເຮົາ ດັດແປງແກ້ໄຂໄດ້ງ່າຍ ແລະ ຫຼຸດຄວາມຊັບຊ້ອນໄດ້.

ກົງກັນຂ້າມກັບວິທີ WET (Write every time) ເຊິ່ງແປວ່າຂຽນມັນໃໝ່ເລື້ອຍໆ ເຊິ່ງເປັນວີທີການທີ່ເຮົາຄວນຫຼີກລ້ຽງ.

3. ວາງແຜນການຂຽນ Code

ພະຍາຍາມເຂົ້າໃຈວ່າຢ່າງຊັດເຈນວ່າ ເຮົາຕ້ອງເຮັດສິ່ງໃດກ່ອນສິ່ງໃດຫຼັງໃຫ້ສຳເລັດ. ການທີ່ຈະເລີ່ມຂຽນ Code.

ເຮົາຄວນແບ່ງຂັ້ນຕອນການເຮັດວຽກອອກມາໃຫ້ຊັດເຈນ ແບ່ງອອກມາເປັນແຕ່ລະຂັ້ນຕອນທີ່ຊັດເຈນ. ໃນທິມພັດທະນາຊອບແວລະດັບມືອາຊີບ ເຂົາສາມາດແກ້ໄຂບັນຫາ ແລະ ປັບປ່ຽນບາງສິ່ງບາງຢ່າງແບບລື່ນໄຫຼ ໂດຍບໍ່ມີຜົນກະທົບຫຍັງກັບໂຄງການ ດ້ວຍການແບ່ງຂັ້ນຕອນແຕ່ລະການດຳເນີນງານໄວ້ແບບຊັດເຈນ ແລ້ວແກ້ໄຂໄປແຕ່ລະບ່ອນແບບຖືກຈຸດ.

4. ອັບເກດໂປຣແກຣມຂຽນ Code ຂອງເຮົາ

ການເລືອກໂປຣມແກຣມຂຽນ Code ທີ່ດີບໍ່ພຽງແຕ່ຊ່ວຍໃຫ້ເຮົາຂຽນ Code ໄດ້ໄວເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ເຮົາພັດທະນາສິ່ງຕ່າງໆໄດ້ໃນແບບລົງເລິກໄດ້. ບາງຕົວຖືກອອກແບບມາເພື່ອຊ່ວຍໃນການຂຽນ Code ແບບທຳມະດາ ໄປຈົນເຖິງ ລະດັບ Professional Production ໄດ້ເລີຍ.

ກວດສອບຂໍ້ດີຂໍ້ເສຍຂອງແຕ່ລະອັນ ແລ້ວຊອກສິ່ງທີ່ເໝາະສົມກັບຕົວເຮົາເອງ. ເຊິ່ງ Feature ທີ່ສຳຄັນຂອງ Code Editor ກໍ່ຄື ການໄຮ້ໄລ້, ຍະວ່າງ ແລະ ລົງແຖວອັດຕະໂນມັດ. ນອກນັ້ນ, ເຮົາຍັງສາມາດໂຫຼດສ່ວນເສີມ (Extension) ທີ່ຊ່ວຍໃຫ້ເພີ່ມປະສິດທິພາບໃນການຂຽນ Code ໄດ້ອີກດ້ວຍ.

5. ການປັບໂຄງສ້າງຂອງ Software

ການປັບໂຄງສ້າງ Code ຫຼື ສັບທາງການເອີ້ນວ່າ Code Refactoring ເປັນການແກ້ໄຂ, ເພີ່ມປະສິດທິພາບ ແລະ ຫຼຸດຄວາມຊັບຊ້ອນຊ້ຳຊ້ອນຂອງ Code ເຮົາລົງ. ຫຼັການທີ່ນິຍົມແລະກ່ຽວຂ້ອງກັບ Code Refectoring ກໍຄື DRY ນັ້ນເອງ. ເພາະວ່າຈະເຮັດໃຫ້ Code ຂອງເຮົາມີປະສິດທິພາບ ແລະ ງ່າຍຕໍ່ການບຳລຸງຮັກສາໃນອະນາຄົດ.

ເວລາທີ່ເໝາະກັບການປັບໂຄງການ Software ກໍ່ຄືເວລາທີ່ເຮົາຂຽນ Code ທັງໝົດແລ້ວໝົດແລ້ວ ແລະ ເວລາທີ່ເຮົາກຳລັງທີ່ຈະອັບເດດ Feature ໃໝ່ໆລົງໄປ.

6. ການໃຊ້ເຄື່ອງມື Debugging

ເປັນການຄົ້ນຫາຂໍ້ຜິດພາດພາຍໃນ Program ຂອງເຮົາທີ່ສ້າງຂຶ້ນມາ. ການຫາຂໍ້ຜິດພາດ ແລະ ແກ້ໄຂຂໍ້ຜິດພາດນັ້ນ ກໍ່ເປັນຂັ້ນຕອນໜຶ່ງທີ່ໃຊ້ເວລາຍາວນານຫຼາຍ.

ການ Refactor Code ທີ່ໄດ້ກ່າວມາຂ້າງເທິງນັ້ນ ກໍ່ຊ່ວຍຫຼຸດຄວາມຊັບຊ້ອນ ແລະ ເວລາໃນການ Debug ໄດ້ເຊັ່ນກັນ.

ໂຊກດີທີ່ປັດຈຸບັນ IDE ແລະ Browser ເກືອບທຸກຕົວໄດ້ມີ Debugging Tools ທີ່ສະຫຼຽວສະຫຼາດໃນການແກ້ໄຂບັນຫາຂໍ້ຜິດພາດ ແລະ ການທົດສອບບາງຢ່າງໄດ້.

Debugging Tools ເປັນເຄື່ອງມືທີ່ສຳຄັນຫຼາຍສຳລັບນັກພັດທະນາຊອບແວ ລວມເທິງນັກອອກແບບດ້ວຍ.

7. ລະບົບການຄວບຄຸມການປ່ຽນແປງໃນແຕ່ລະເວີຊັ້ນ

ສິ່ງນີ້ເອີ້ນວ່າ Version Control System ເປັນສິ່ງທີ່ຕ້ອງມີເພື່ອແກ້ໄຂຂໍ້ຜິດພາດໃນການຂຽນ Code. ມັນຈະຊ່ວຍໃຫ້ເຮົາຕິດຕາມການປ່ຽນແປງຂອງ Code ໄດ້.

ຖ້າຫາກວ່າເຮົາເຮັດວຽກເປັນທິມເຮົາສາມາດກວບສອບໄດ້ວ່າ ຜູ້ໃດແກ້ໄຂ Code ເຮົາ ແລະ ແກ້ໄຂເມື່ອໃດໄດ້ອີກດ້ວຍ. ນອກນັ້ນ, ຖ້າຫາກຕົວໃໝ່ເກີດບັນຫາ ເຮົາຍັງສາມາດຍ້ອນກັບມາຕົວກ່ອນທີ່ຍັງບໍ່ເກີດບັນຫາໄດ້ອີກດ້ວຍ.

8. ເຮັດສິ່ງທີ່ເຈົ້າເລີ່ມໃຫ້ສຳເລັດ

ທັກສະຢ່າງໜຶ່ງທີ່ຖືກກຳນົດມາໃນ Meta Skill ກໍ່ຄືກັນພັດທະນານິໄສໃຫ້ດີຂຶ້ນຢູ່ຕະຫຼອດເວລາ.

ການຂຽນ Code ແລະ ການ Debug ເປັນສິ່ງທີ່ຍາກ ແລະ ໃຊ້ເວລາຫຼາຍ. ບາງຄັ້ງກໍ່ເກີດບັນຫາຕ່າງໆຂຶ້ນມາເຊິ່ງເຮັດໃຫ້ນັກພັດທະນາທຸກຄົນ ເກີດມີຄວາມກົດດັນ, ຄວາມຄຽດ ແລະ ຄວາມຮູ້ສຶກທາງລົບຕ່າງໆນາ. ເຊິ່ງສິ່ງເຫຼົ່ານີ້ກໍ່ໃຫ້ເກີດຜົນກະທົບໃນທາງທີ່ບໍ່ດີ ໃນການໃຊ້ຊີວິດ ແລະ ການເຮັດວຽກໃນອະນາຄົດໄດ້.

ສະນັ້ນ, ເວລາເກີດບັນຫາໃດໜຶ່ງ ເຮົາຄວນພະຍາຍາມ, ອົດທົນ ແລະ ສຶກສາວິທີການແກ້ໄຂບັນຫານັ້ນໆໃຫ້ສຳເລັດຈົງໄດ້ ແລະ ໝາຍເຖິງ Project ທີ່ເຮົາສ້າງຂຶ້ນມາກໍ່ຄວນເຮັດໃຫ້ມັນສຳເລັດເຊັ່ນກັນ.

9. ການຮຽນຮູ້ຕະຫຼອດຊີວິດ

ຖ້າເຮົາເປັນນັກພັດທະນາ ແລ້ວບໍ່ໄດ້ຮຽນຮູ້ສິ່ງໃໝ່ໆສະເໝີ. ມື້ໃດມື້ໜຶ່ງສິ່ງທີ່ເຮົາຮູ້ ສິ່ງທີ່ເຮົາມີຈະກາຍເປັນຂອງເກົ່າ ແລະ ບໍ່ໄດ້ເປັນທີ່ຕ້ອງການແລ້ວສຳລັບນາຍຈ້າງ ຫຼື ແຮງງານຕະຫຼາດ.

ສະນັ້ນ, ເຮົາຄວນໝັ່ນສຶກສາຮ່ຳຮຽນຢູ່ເລື້ອຍໆ ກ່ຽວກັບພາສາ ຫຼື ເຄື່ອງມືຕ່າງໆທີ່ນິຍົມ ແລະ ເປັນທີ່ຕ້ອງການຂອງຜູ້ໃຊ້ ແລະ ນາຍຈ້າງ. ເພື່ອໃຫ້ເຮົາທັນໂລກ ແລະ ເປັນທີ່ຕ້ອງການສະເໝີ.

ຜູ້ປະສົບຜົນສຳເລັດບໍ່ໄດ້ພຽງຮຽນຮູ້ໃນເວລາທີ່ພວກເຂົາວ່າງ ແຕ່ພວກເຂົາຍັງກ້າປະເຊີນໜ້າກັບຄວາມທ້າທາຍໃນການເຮັດໂຄງການທາງດ້ານປະຕິບັດເຊັ່ນ: ການທົດລອງສິ່ງໃໝ່ໆຕ່າງໆ ກັບ ໂຄງການທີ່ພວກເຂົາເຮັດ.

10. ການໃຊ້ພະລັງແຫ່ງນິໄສ

ການທີ່ຈະພັດທະນາຕົນເອງ ໃນຊ່ວງເລີ່ມຕົ້ນອາດຈະເປັນສິ່ງທີ່ຍາກ ແລະ ທ້າທາຍຫຼາຍ. ແຕ່ຖ້າຫາກວ່າເຮົາໄດ້ຮຽນຮູ້ ແລະ ຄ່ອຍໆພັດທະນາໄປເລື້ອຍໆຢ່າງສະໝ່ຳສະເໝີ ເຮົາກໍ່ຈະໄດ້ນິໄສໃໝ່ໆ, ກິດຈະວັດປະຈຳວັນທີ່ດີຂຶ້ນ ແລະ ການໄດ້ຮູ້ຈັກຕົນເອງຫຼາຍຂຶ້ນອີກດ້ວຍ.

ກິດຈະວັດເກີດຈາກການທີ່ເຮົາເຮັດສິ່ງໃດສິ່ງໜຶ້່ງຊ້ຳໆກັນໃນແຕ່ລະວັນ ຖ້າເຮົາມີກິດຈະວັດທີດີ ມັນກໍ່ເປັນອີກໜຶ່ງສິ່ງທີ່ເຮັດໃຫ້ເຮົາກ້າວໄປສູ່ຄວາມສຳເລັດໄດ້. ໃນທາງກົງກັນຂ້າມ ສິ່ງເຫຼົ່ານີ້ ຖ້າຫາກວ່າໃນແຕ່ລະວັນເຮັດແຕ່ສິ່ງບໍ່ດີບໍ່ມີປະໂຫຍດຕໍ່ຕົນເອງກໍ່ຈະເປັນ ນິໄສທີ່ມາທຳລາຍຕົວເຮົາເອງ.

ອັລກໍຣິທຶມຂອງຕົນເອງ

Algorithm ໝາຍເຖິງຂັ້ນຕອນການເຮັດວຽກຂອງໂປຣແກຣມ. ໃນທີ່ນີ້ໝາຍເຖິງຂັ້ນຕອນສິ່ງຕ່າງໆໃນຊີວິດຂອງເຮົາເອງ. ແຕ່ຖ້າຫາກເຈົ້າຮູ້ສຶກວ່າການເປັນໂປຣແກຣມເມີ້ມັນຍາກ ເຈົ້າອາດຈະຍັງບໍ່ໄດ້ເຮັດ 10 ຂໍ້ຂ້າງເທິງ. ສະນັ້ນ, ຄ່ອຍໆຮຽນຮູ້ ແລະ ພັດທະນາຕົນເອງຢ່າງສະໝ່ຳສະເໝີ. ອະນາຄົດທີ່ດີຂ້າງໜ້າ ຈະມີໄວ້ໃຫ້ຜູ້ທີ່ພະຍາຍາມ ແລະ ສະໝ່ຳສະເໝີ.

ບົດຄວາມນີ້ຖືກແປ ແລະ ເພີ່ມເນື້ອຫາເຂົ້າໄປຕາມມຸມມອງຜູ້ຂຽນ ຖ້າຫາກວ່າຖືກຜິດຈຸດໃດ ຜູ້ອ່ານສາມາດຕິຊົມໄດ້, ຂໍຂອບໃຈ

Credit: https://api.daily.dev/r/dOwKl1yhv

ສະແດງຄວາມຄິດເຫັນ

Ketsadaphone
Ketsadaphone

ຄຸນສົມບັດ,​ ທັດສະນະຄະຕິ,​ ພຶດຕິກຳ ແລະ ນິດໄສ ເປັນຮາກຖານຂອງການປະສົບຜົນສຳເລັດໃນທຸກສາຍອາຊີບ

ບົດຄວາມທີ່ກ່ຽວຂ້ອງ