ກັບຄືນ

7 ຄວາມຢ້ານຜິດໆທີ່ຈະເຮັດໃຫ້ເຮົາກາຍເປັນ Programmer ທີ່ບໍ່ດີ.
Ketsadaphone

Ketsadaphone

29 Dec, 2022

7 ຄວາມຢ້ານຜິດໆທີ່ຈະເຮັດໃຫ້ເຮົາກາຍເປັນ Programmer ທີ່ບໍ່ດີ.

1. ຢ້ານທີ່ຈະບໍ່ສົມບູນແບບ → ເຮັດເກີນຄວາມຈຳເປັນ (Over engineering)

ຄວາມຢ້ານນີ້ເກີດຂຶ້ນເມື່ອ ເຮົາບໍ່ຢາກຜະລິດຕະພັນ ຫຼື ຜົນງານຂອງເຮົາຕ້ອງຖືກວິພາກວິຈານຈາກຜູ້ອື່ນ ຫຼື ທີມທົດສອບລະບົບ. ໃນໂລກນີ້ບໍ່ມີຫຍັງທີ່ສົມບູນແບບ ບໍ່ວ່າຈະເປັນຄົນ, ສັດ, ວັດຖຸສິ່ງຂອງ ທຸກສິ່ງລ້ວນແຕ່ຈຸດບົກຜ່ອງ ລວມເຖິງຕົວເຮົາເອງ ແລະ ຜົນງານເຮົາກໍ່ເຊັ່ນກັນ. “ບໍ່ມີຜົນງານໃດໄຮ້ທີ່ຕິ ແລະ ສົມບູນແບບ”

ຕົວຢ່າງລຸ່ມນີ້ຈະເປັນການສະແດງເຖິງການເຮັດເກີນຄວາມຈຳເປັນ ໃນທາງດ້ານການພັດທະນາຊອບແວ:

  • ການຢາກເປັນຫຼາຍຢ່າງເກີນໄປ ແຕ່ໄປບໍ່ສຸດຈັກທາງ. ຖ້າທຽບໃນການເຮັດໂປຣແກຣມ ກໍ່ຄືການໃສ່ລູກຫຼິ້ນຕ່າງໆ function ຕ່າງໆຂອງຕົວຊອບແວ ແຕ່ວ່າໃຊ້ບໍ່ໄດ້ເລື່ອງຈັກຢ່າງ ມີໄວ້ກໍ່ບໍ່ເປັນປະໂຫຍດ. ທາງທີ່ດີເຮົາຄວນພັດທະນາສິ່ງໃດສິ່ງໜຶ່ງໃຫ້ມັນໃຊ້ງານໄດ້ ແລະ ດີເສຍກ່ອນ ຈຶ່ງຈະພິຈາລະນາວ່າຄວນຈະມີ ລູກຫຼິ້ນຕໍ່ໄປບໍ່ ແລະ ລູກຫຼິ້ນເຫຼົ່ານັ້ນຈຳເປັນບໍກັບຊອບແວເຮົາ.
  • ສິ່ງທີ່ດີທີ່ສຸດ ຄັກທີ່ສຸດ ກໍ່ໃຊ້ບໍ່ໄດ້ສະເໝີໄປ. ໃນການພັດທະນາຊອບແວນັ້ນ ການທີ່ເຮົາມີນະວັດຕະກຳໃໝ່ໆ ລູກຫຼິ້ນໃໝ່ໆນັ້ນ ມັນກໍ່ເປັນເລື່ອງທີ່ດີ ແຕ່ວ່າມັນໃຊ້ໄດ້ຈິງບໍ່, ອຸປະກອນຮອງຮັບບໍ່ ແລະ ຖ້າໃຫ້ຍົກຕົວຢ່າງໃຫ້ເຫັນພາບທີ່ສຸດກໍ່ຄື: ເກມ Crysis ເປັນເກມທີ່ເປີດຕົວມາໃນປີ 2007, ເປັນເກມທີ່ມີຄຸນນະພາບສູງ ພາບມີຄວາມສົມຈິງ, ລະບົບຟີຊິກທີ່ເຄື່ອນໄຫວໄດ້ເປັນທຳມະຊາດ, ສຽງທີ່ສົມຈິງ ຖ້າທຽບໃນເກມອື່ນໆໃນຍຸກນັ້ນ. ແຕ່ບັນຫາກໍ່ຄືຕົວເກມຂ້ອນຂ້າງກິນຊັບພະຍາກອນຄອມພິວເຕີ້ ສູງແຮງຂະໜາດທີ່ວ່າ ຄົນທຳມະດາທີ່ບໍ່ມີງົບພຽງພໍ ກໍ່ບໍ່ສາມາດເຂົ້າເຖິງໄດ້ເລີຍ. ສິ່ງທີ່ເຮົາຮູ້ຈາກເລື່ອງນີ້ຄື ເຮົາຄວນຄຳນຶງເຖິງຄວາມຈິງສິ່ງທີ່ຈຳເປັນໃນປັດຈຸບັນວ່າ ມັນຮອງຮັບ ແລະ ໃຊ້ງານໄດ້ຈິງບໍ່ກັບສິ່ງທີ່ເຮັດ.

ການເຮັດເກີນຄວາມຈຳເປັນ ໃນບ້າງຄັ້ງມັນກໍ່ສົ່ງຜົນດີ. ແຕ່ວ່າຖ້າມັນບໍ່ດີ ມັນກໍ່ຈະດ້ອຍຄ່າຜົນງານ ຫຼື ຜະລິດຕະພັນຂອງເຮົາໄດ້ເຊັ່ນກັນ.

2. ຢ້ານຄວາມຜິດພາດ → ເກີດຜົນເສຍຕໍ່ການວິເຄາະ

ມະນຸດເຮົາທີ່ເກີດມາ ບໍ່ວ່າຈະຜ່ານຫຼາຍສິ່ງຢ່າງມາເທົ່າໃດກໍ່ຕາມ. ເຮົາກໍ່ຕ້ອງເຄີຍຜິດຜາດ ແລະ ຫຼົ້ມເຫຼວ. ເພາະຖ້າຫາກເຈົ້າບໍ່ເຄີຍ ເຈົ້າເອງກໍ່ເປັນຄົນທີ່ບໍ່ລົງມືເຮັດຫຍັງ.

ຖ້າຫາກວ່າເຈົ້າພະຍາຍາມປີດກັ້ນຕົນເອງ ແລະ ບໍ່ຍອມຮັບຄວາມຈິງວ່າ ສິ່ງທີ່ເຮົາກຳລັງເຮັດ ແລະ ພັດທະນາໄດ້ນັ້ນສາມາດເກີດຂໍ້ຜີດພາດໄດ້ ມັນຍິ່ງຈະເຮັດໃຫ້ຜົນງານທີ່ເຮົາກຳລັງເຮັດຕົກຕ່ຳລົງໄປອີກ ເພາະວ່າໃນຂັ້ນຕອນການພັດທະນາຊອບແວນັ້ນ ມັນຈະມີເລື່ອງການວິເຄາະເຂົ້າມາກ່ຽວຂ້ອງນຳ ແຕ່ຖ້າຫາກວ່າເຮົາບໍ່ຍອມຮັບມັນ ເຮົາເອງກໍ່ຈະບໍ່ສາມາດວິເຄາະບັນຫາຕ່າງໆໄດ້ ແລະ ບໍ່ສາມາດພັດທະນາໃຫ້ສຳເລັດໄດ້ໃນທີ່ສຸດ.

3. ຢ້ານການປະເມີນ → ການຕັດສິນໃຈທີ່ຜິດພາດ

ບາງຄັ້ງການປະເມີນ ມັນກໍ່ເປັນເລື່ອງທີ່ເຮົາບໍ່ຢາກເຮັດປານໃດ ເພາະສ່ວນໃຫ່ຍມັນຈະເປັນການຄິດໄປໃນທາງລົບກັບສິ່ງທີ່ເຮົາຈະເຮັດ. ແຕ່ມັນກໍ່ບໍ່ສະເໝີໄປ ເພາະວ່າໃນທາງການພັດທະນາຊອບແວແລ້ວ ການປະເມີນມີປະໂຫຍດຫຼາຍເຊັ່ນ:

  • ປະເມີນວ່າ ສິ່ງທີ່ເຮົາເຮັດລົງໄປ ຄຸ້ມບໍກັບຜົນໄດ້ຮັບ.
  • ປະເມີນວ່າ ຖ້າເກີດຜົນລັບແບບໃດໜຶ່ງ ເຮົາຈະຮັບມືກັບຜົນຮັບນັ້ນແນວໃດ.
  • ປະເມີນວ່າ ຖ້າເກີດເຫດການທີ່ໂຫດຮ້າຍກັບຜົນງານເຮົາ ເຮົາຄວນຈະຫາທາງອອກ ແລະ ວິທີແກ້ໄຂແນວໃດ.

ຈະສັງເກດເຫັນສິ່ງທີ່ໄດ້ກ່າວມາຂ້າງເທິງ ມັນຄືກັບການຫາແຜນສຳຮອງ ແລະ ຫາທາງເລືອກຫຼາຍໆທາງໃນທາງປະຕິບັດຕົວຈິງ. ແນ່ນອນວ່າມັນເປັນສິ່ງທີ່ດີ ເພາະການທີ່ເຮົາມີທາງເລືອກຫຼາຍທາງ ຍ່ອມດີກວ່າທາງດຽວສະເໝີ.

ແຕ່ຖ້າຫາກວ່າເຮົາບໍ່ໄດ້ປະເມີນຫຍັງເລີຍ ກໍ່ຈະເຮັດໃຫ້ເຮົາບໍ່ຮູ້ຫຍັງເລີຍ ອາດເຮັດໃຫ້ເຮົາຕັດສິນໃຈຜິດພາດໄດ້ ໂດຍທີ່ບໍ່ໄດ້ຄຳນຶງເຖິງສິ່ງຕ່າງໆເລີຍ.

4. ຢ້ານວ່າຕົນເອງຮູ້ບໍ່ພໍ → ຂາດວິໄສທັດ

ການຢ້ານໃນສິ່ງທີ່ບໍ່ຮູ້ເປັນເລື່ອງປົກກະຕິຂອງມະນຸດເຮົາ ແລະ ກໍ່ບໍ່ມີໃຜໃນໂລກທີ່ຮູ້ທຸກສິ່ງຢ່າງໄປໝົດ.

ໃນການພັດທະນາຊອບແວນັ້ນ. ທີມພັດທະນາມືອາຊີບ ໂດຍສະເພາະການພັດທະນາໃນຮູບແບບ Agile (ເປັນ 1 ໃນວົງຈອນການພັດທະນາຊອບແວ ທີ່ໄດ້ຮັບຄວາມນິຍົມສູງໃນປັດຈຸບັນ) ພວກເຂົາຈະບໍ່ຂຽນໃນສິ່ງທີ່ເຂົາບໍ່ຮູ້ລົງໄປ ແຕ່ພວກເຂົາຈະຄ່ອຍໆພັດທະນາໃນສິ່ງທີ່ພວກເຂົາຮູ້ໄປໃນແຕ່ລະເວີຊັ້ນ ແລ້ວຄ່ອຍນຳເອົາຄຳຕິຊົມ ຫຼື ບັນຫາທີ່ບໍ່ຮູ້ມາແກ້ໄຂ ແລ້ວພັດທະນາໃນເວີຊັ້ນຕໍ່ໄປແທນ.

ການທີ່ີເຮົາເຮັດແບບນີ້ເປັນສິ່ງທີ່ດີ ເພາະວ່າເຮົາຈະໂຟກັສແຕ່ສິ່ງທີ່ເຮົາຮູ້ ແລ້ວນຳມັນອອກມາເຮັດ ມາພັດທະນາຕໍ່ໆໄປໃຫ້ມັນດີຂຶ້ນຍິ່ງໆໄປ ແທນທີ່ຈະມານັ່ງເຈັບຫົວສົບສົນກົດດັນນຳໂຕເອງ ທີ່ຈະຕ້ອງຮູ້ໄປທຸກໆຢ່າງໆ.

ການເປັນຄົນມີຄວາມຮູ້ຫຼາຍເປັນສິ່ງທີ່ດີ ແຕ່ຢ່າສັບສົນກັບຄຳທີ່ໄດ້ຍິນມາວ່າ ການຮຽນບໍ່ມີສິ້ນສຸດ, ເຮັດໂຕເປັນນ້ຳບໍ່ເຕັມຈອກ ເພາະວ່າຄົນທີ່ເຮັດແບບນີ້ ແມ່ນຄົນທີ່ຄ່ອຍໆພັດທະນາຕົນເອງໄປໃນທຸກໆວັນ ຮຽນຮູ້ໃນສິ່ງທີ່ຈຳເປັນຕ້ອງໃຊ້ ແລະ ເກີດປະໂຫຍດສູງສຸດກັບພວກເຂົາ. ພວກເຂົາ ພວກເຮົາບໍ່ຈຳເປັນຕ້ອງຮູ້ທຸກໆຢ່າງ.

5. ຢ້ານບໍ່ມີຄົນເຫັນດີນຳເຮົາ → ຂາດຄວາມໝັ້ນໃຈໃນການຕັດສິນໃຈ

ທຸກໆບັນຫາມີທາງອອກ ແລະ ທາງອອກກໍ່ມີຫຼາຍທາງ. ຖ້າທຽບກັບການພັດທະນາຊອບແວແລ້ວ ສິ່ງເຫຼົ້ານີ້ມັກເອີ້ນວ່າ Option ຫຼຶື ທາງເລືອກນັ້ນເອງ.

ການຮັບຟັງ ແລະ ເຄົາລົບຄວາມຄິດເຫັນເປັນເລື່ອງທີ່ດີ ເພາະວ່າເຮົາຈະນຳແງ່ຄວາມຄິດຂອງຄົນອື່ນມາໄຕ່ຕອງ ແລະ ປະສົມປະສານວິທີການແກ້ໄຂບັນຫາຕ່າງໆໄປໃນທາງທີ່ດີຍິ່ງຂຶ້ນອີກ. ນອກນັນ, ເຮົາຍັງຈະເຫັນມຸມມອງໃນຫຼາຍໆດ້ານ ເພື່ອນຳມາປະກອບການຕັດສິນໃຈຂອງເຮົາ.

ແນວໃດກໍ່ຕາມ ການເຮັດວຽກຮ່ວມກັນ ແນ່ນອນການທີ່ຈະເຫັນດີຮ່ວມກັນໝົດທຸກໆຄົນນັ້ນເປັນເລື່ອງຍາກ ແລະ ການທີ່ຈະຢຶດໝັ້ນທີ່ຈະຕັດສິນໃຈໂດຍໃຊ້ເຫດຜົນຂອງຕົນເອງຄົນດຽວກໍ່ເປັນສິ່ງທີ່ໂຫດຮ້າຍທີ່ສຸດສຳລັບການພັດທະນາຊອບແວ. ທາງທີ່ດີເຮົາຄວນຫາທາງອອກ ແລະ ວິທີແກ້ໄຂບັນຫາຮ່ວມກັນຈະເປັນສິ່ງທີ່ດີທີ່ສຸດ ສຳລັບຕົວເຮົາເອງ, ທີມ ຫຼື ເພື່ອນຮ່ວມງານ ແລະ ຜະລິດຕະພັນຂອງພວກເຮົາ.

6. ຢ້ານໃນການບໍ່ເຊື່ອ → ຂາດແນວທາງໃນການປະຕິບັດ

ຄົນທຸກຄົນເຮັດໜ້າທີ່ຂອງຕົນເອງ ແລະ ທຸກຄົນກໍ່ເຊື່ອວ່າຕົນເອງເຮັດດີທີ່ສຸດແລ້ວ. ຖ້າຫາກມື້ໜຶ່ງມີຄົນມາບອກວ່າ ສິ່ງທີ່ເຈົ້າກຳລັງເຮັດຢູ່ມັນບໍ່ດີ ບໍ່ມີປະໂຫຍດ ເຈົ້າສິເຊື່ອເຂົາບໍ່? ແນ່ນອນເຈົ້າຕ້ອງມີຂໍ້ໂຕ້ແຍ້ງແນ່ນອນ.

ໃນທາງການພັດທະນາໂປຣແກຣມ ການເຮັດວຽກເປັນທີມ ຍ່ອມມີຄຳສະເໜີແນະແນວ ຄວາມຄິດເຫັນ. ແຕ່ນອນວ່າ ບໍ່ແມ່ນທຸກແນວຄິດຈະຖືກເຫັນດີໄປໝົດ ຕ້ອງມີຂໍ້ໂຕ້ແຍ້ງສະເໝີ. ແຕ່ຖ້າຫາກເຈົ້າຢ້ານເຈົ້າກັງວົນວ່າ ສິ່ງທີ່ເຈົ້າສະເໜີໄປ ຄົນຈະບໍ່ເຊື່ອ ແລະ ເຈົ້າປ່ອຍໃຫ້ຄວາມຢ້ານນີ້ຄວບຄຸມເຈົ້າ ເຈົ້າກໍ່ຈະກະວົນກະວາຍທີີ່ຈະຫາເຫດຜົນສາລະພັດວິທີມາອະທິບາຍໃຫ້ພວກເຂົາຟັງ ແລະ ແນ່ນອນວ່າເຂົາອາດຈະບໍ່ໄດ້ຟັງ, ບໍ່ສົນໃຈ ຫຼື ບໍ່ໄດ້ວ່າເຈົ້າດີດ້ວຍຊ້ຳ.

ແຕ່ສິ່ງທີ່ເຮົາເຮັດໄດ້ດີທີ່ສຸດກໍ່ຄື ການໃຫ້ຄຳແນະນຳ ແນະແນວເຊິ່ງກັນແລະກັນເພື່ອເປັນການແຊແນວຄວາມຄິດ ແລະ ວິທີທາງເພື່ອປະຕິບັດສິ່ງຕ່າງໆໃຫ້ສຳເລັດ.

7. ຢ້ານໃນການເວົ້າ → ຂາດການມີສ່ວນຮ່ວມ

ການເວົ້າໃນທີ່ສາທາລະນະ ບ່ອນຄົນຫຼາຍໆ ຍ່ອມຮູ້ສຶກຢ້ານເປັນເລື່ອງປົກກະຕິ. ແຕ່ການຢ້ານເວົ້າໃນທີ່ນີ້ ໝາຍເຖິງຢ້ານໃນການເວົ້າທີ່ຈະແບ່ງປັນວິທີການແກ້ໄຂບັນຫາ ຫຼື ແນວທາງຕ່າງໆທີ່ຈະເຮັດວຽກຮ່ວມກັນ.

ສະໄລ້ສໂຊ, ເອກະສານປະກອບ ແລະ ຄູ່ມື້ກໍ່ບໍ່ພຽງພໍໃນການເຮັດວຽກຮ່ວມກັນ. ແຕ່ສິ່ງທີ່ຈະມາເຕີມເຕັມກໍ່ຄືການສື່ສານ. ທຸກໆທີມ ທຸກໆໜ່ວຍງານ ທຸກໆຄົນ ຄວນຈະມີການປະສານງານໃຫ້ຄົບຖ້ວນ ແລະ ທົ່ວເຖິງ ເພາະວ່ານອກຈາກຈະເຮັດໃຫ້ການເຮັດວຽກໄປໃນທິດທາງດຽວກັນແລ້ວ ມັນຍັງເພີ່ມຄວາມສຳພັນຄວາມເຂົ້າໃຈໃນການເຮັດວຽກຮ່ວມກັນອີກດ້ວຍ.

ຖ້າຫາກເຮົາເປັນຜູ້ນຳ ຫຼື ຫົວໜ້າທີມ ເຮົາກໍ່ຄວນເຮັດໃຫ້ລູກນ້ອງເວົ້າ ຫຼື ປະກອບຄວາມຄິດເຫັນໃຫ້ໄດ້ ແລະ ເຮົາຜູ້ເປັນຫົວໜ້າເອງ ກໍ່ຕ້ອງເປີດກວ້າງ ແລະ ຮັບຟັງໃນສິ່ງທີ່ເຂົາເວົ້າ.

ສ່ວນເຮົາທີ່ເປັນ ລູກນ້ອງ ຫຼື ຜູ້ຕາມ ເຮົາກໍ່ຄວນເວົ້າໃນສິ່ງທີ່ເຮົາຄິດວ່າ ສິ່ງທີ່ເຮົາເວົ້າໄປມັນເປັນປະໂຫຍດແກ່ທີມງານ ແລະ ຜະລິດຕະພັນ. ເພາະຈົ່ງຈື່ໄວ້ວ່າ ສຽງທຸກຄົນ ມີຄ່າສະເໝີ.

ສະຫຼຸບ

ສິ່ງທີ່ກ່າວມາຂ້າງເທິງ ເປັນພຽງປະສົບການເຮັດວຽກຂອງຕົ້ນສະບັບຜູ້ທີ່ຂຽນ ແລະ ວິໄສທັດຂອງຜູ້ແປເທົ່ານັ້ນ. ບາງຄົນຢ້ານ ບໍ່ຢ້ານ ແຕກຕ່າງກັນ. ກໍ່ຫວັງວ່າຈະເປັນປະໂຫຍດໃຫ້ກັບທຸກທ່ານທີ່ໄດ້ອ່ານບົດຄວາມນີ້.

ບົດຄວາມນີ້ຖືກແປ ແລະ ເພີ່ມເນື້ອຫາເຂົ້າໄປຕາມມຸມມອງຜູ້ຂຽນ ຖ້າຫາກວ່າຖືກຜິດຈຸດໃດ ຜູ້ອ່ານສາມາດຕິຊົມໄດ້, ຂໍຂອບໃຈ

Credit: https://levelup.gitconnected.com/6-tips-to-learn-programming-faster-fa76e21b4213

ສະແດງຄວາມຄິດເຫັນ

Ketsadaphone
Ketsadaphone

ຄຸນສົມບັດ,​ ທັດສະນະຄະຕິ,​ ພຶດຕິກຳ ແລະ ນິດໄສ ເປັນຮາກຖານຂອງການປະສົບຜົນສຳເລັດໃນທຸກສາຍອາຊີບ

ບົດຄວາມທີ່ກ່ຽວຂ້ອງ