Ketsadaphone
6 ເຄັດລັບທີ່ຈະຊ່ວຍໃຫ້ຮຽນ ການຂຽນໂປຣແກຣມໄວຂຶ້ນ
1. ລົງທຶນໃຫ້ຕົນເອງ
ການເຮັດວຽກເປັນຊົ່ວໂມງໆ ຫຼື ການເຮັດວຽກໂຄງການໃຫ່ຍໆກໍ່ອາດຈະບໍ່ໄດ້ເພີ່ມປະສິດທິພາບໃນການເຮັດວຽກຂອງເຈົ້າ. ການລົງທຶນໃນທີ່ນີ້ ໝາຍເຖິງການເສຍສະຫຼະບາງສິ່ງບາງຢ່າງໃຫ້ຕົນເອງ ບໍ່ວ່າການເສຍເວລາຊ່ວງວ່າງ ໃນການສຶກສາຮ່ຳຮຽນສິ່ງໃໝ່ໆ, ເສຍເງິນເພື່ອຊື້ສິ່ງທີ່ມີປະໂຫຍດໃນການເສີມສ້າງຄວາມຮູ້ໃຫ້ຕົນເອງ ບໍ່ວ່າຈະເປັນປຶ້ມ ຫຼື ຄອສການຮຽນຕ່າງໆ ແລະ ອຸປະກອນເສີມຕ່າງໆເພື່ອເພີ່ມປະສິດທິພາບໃນການເຮັດວຽກຂອງເຮົາ. ການລົງທຶນໃນຕົນເອງຈະເຮັດໃຫ້ເຮົາໄດ້ 3 ສິ່ງນີ້ມາຄື:
- ຈະກາຍເປັນຄົນທີ່ດີກວ່າເກົ່າເມື່ອເວລາຜ່ານໄປ.
- ສະໝອງຈະໄດ້ຮັບການພັດທະນາເລື້ອຍໆ.
- ເຮັດໃຫ້ເຮົາແຕກຕ່າງຈາກໂປຣແກຣມເມີ້ທົ່ວໄປ.
ຖ້າຫາກເຮັດສິ່ງເຫຼົ່ານີ້ໄດ້ ໃນວຽກການງານເຮົາສາມາດຂໍເພີ່ມເງິນເດືອນຂຶ້ນໄດ້ ເພາະຖ້າເຮົາເຮັດໄດ້ເຮົາເອງກໍ່ສົມຄວນໄດ້ຮັບມັນ.
2. ສ້າງເປົ້າໝາຍໃນໄລຍະສັ້ນ
ເມື່ອເຈົ້າຕັດສິນໃຈລົງທຶນໃຫ້ກັບຕົນເອງແລ້ວ, ເຈົ້າຕ້ອງໄດ້ຮັບຄຳແນະນຳເພື່ອຫຼີກລ້ຽງການສູນເສຍຫຼັງຈາກການລົງທຶນໃນວັນທຳອິດເຊັ່ນ: ການສ້າງນິໄສ ຫຼື ພຶດຕິກຳຕ່າງໆ, ການຝຶກທັກສະຕ່າງໆໂດຍເລີ່ມຈາກບາດກ້າວນ້ອຍໆ, ການຕັ້ງເປົ້າໝາຍໄລຍະສັ້ນທີ່ຈະຊ່ວຍໃຫ້ເຮົາເຫັນວິໄສທັດທີ່ກວ້າງ ແລະ ເສັ້ນທາງ ຫຼື ເປົ້າໝາຍທີ່ນຳເຮົາອອກມາຈາກຈຸດເລີ່ມຕົ້ນ. ສິ່ງນ້ອຍໆເຫຼົ່ານີ້ມີຄວາມສຳຄັນ ແລະ ເປັນສິ່ງທີ່ຊ່ວຍໄດ້ຫຼາຍ. ຫຼັງຈາກສຳເລັດແຕ່ລະເປົ້າໝາຍ ນັ້ນກໍ່ໝາຍຄວາມວ່າຕົວເຮົາເອງກໍ່ໄດ້ພັດທະນາ ແລະ ເຕີບໃຫ່ຍໄປໃນທາງທີ່ດີແລ້ວ.
3. ຂຽນ Code ຫຼາຍໆ
ເວລາທີ່ເຈົ້າກັອບປີ້ Source Code ມາແຕ່ເນັດແລ້ວນັ້ນ ເຈົ້າຄວນເຮັດຄວາມເຂົ້າໃຈນຳສິ່ງທີ່ກັອບປີ້ມານຳ. ພະຍາຍາມເຮັດຄວາມເຂົ້າໃຈ ແລະ ຂຽນມັນໃນຮູບແບບຂອງຕົວເຈົ້າເອງ. ໂດຍສາມາດເລີ່ມຕົ້ນເອງໄດ້ໂດຍການແກ້ໄຂປັບປຸງໂປຣເຈັກໃດໜຶ່ງ, ວິເຄາະ Code, ສ້າງແອັບນ້ອຍໆ, ການທົດລອງສິ່ງຕ່າງໆ, ການ Clone Website ແລະ ອື່ນໆ.
4. ອ່ານ Code ຫຼາຍໆ
ບໍ່ມີຫຍັງທີ່ຈະພັດທະນາວິໄສທັດຕົນເອງໄປໄດ້ດີກວ່າການໄປຮຽນຮູ້ຈາກວິໄສທັດຂອງຄົນອື່ນ. ມີອີກວິທີໜຶ່ງທີ່ຈະພັດທະນາທັກສະການ Code ຂອງເຈົ້ານັ້ນກໍ່ຄືການໄປອ່ານ Code ພາຍໃນ Github. ສັງເກດ ແລະ ທຳຄວາມເຂົ້າໃຈກ່ຽວກັບ Open Source Project ບໍ່ວ່າຈະເປັນການບຳລຸງຮັກສາ, ໂຄງສ້າງຕ່າງໆ, ສະຖາປັດຕະຍະກຳ ແລະ Code ທັງໝົດ. ຈົ່ງອ່ານດ້ວຍຄວາມຢາກຮູ້ຢາກເຫັນ ແລະ ວິເຄາະມັນໄປຕາມໆກັນ.
5. ຮຽນຮູ້ການ Debug ໃຫ້ມີປະສິດທິພາບ
ການ Debug ຊ່ວຍໃຫ້ເຮົາເຮັດຄວາມເຂົ້າໃຈກ່ຽວກັບການເຮັດວຽກຂອງ Code ແລະ ອື່ນໆ. ແຕ່ວ່າມັນກໍ່ຍັງບໍ່ພຽງພໍ. ເຮົາຄວນຮຽນຮູ້ການໃຊ້ ລະບົບ Debugger, Dev Tool ແລະ ອື່ນໆອີກຫຼາຍຢ່າງ.
6. ຈົ່ງເຄົາລົບຄວາມພະຍາຍາມຂອງຕົນເອງ
ຖ້າຫາກເຮົາພຶ່ງພໍໃຈກັບຕົນເອງ ບໍ່ວ່າຈະເຮັດຫຍັງກໍ່ຕາມ ເຮົາເອງຈະມີຫຼັກໝັ້ນໃນແຜນການ, ມີແຮງຈູງໃຈ ແລະ ມິວິໄນ. ແຕ່ຖ້າເຮົາຮູ້ສຶກກົງກັນຂ້າມ ເຮົາມັກຈະຍອມແພ້ເມື່ອເຮົາ ເຮັດສິ່ງໃດໜຶ່ງໄປແລ້ວມັນບໍ່ຖືກຕ້ອງຕາມສິ່ງທີ່ຫວັງ. ສະນັ້ນ, ເຮົາຄວນເຄົາລົບຄວາມພະຍາຍາມຂອງຕົນເອງ ເຖິງແມ່ນວ່າສິ່ງທີ່ເຮົາເຮັດອອກມາເປັນສິ່ງ ທີ່ດີໜ້າພໍໃຈ ຫຼື ບໍ່ດີບໍ່ໜ້າພໍໃຈກໍ່ຕາມ ມັນຈະເຮັດໃຫ້ຈິດສຳນຶກເຮົາເຮັດວຽກກັບເຮົາ ບໍ່ແມ່ນຕໍ່ຕ້ານເຮົາ.
ບົດຄວາມນີ້ຖືກແປ ແລະ ເພີ່ມເນື້ອຫາເຂົ້າໄປຕາມມຸມມອງຜູ້ຂຽນ ຖ້າຫາກວ່າຖືກຜິດຈຸດໃດ ຜູ້ອ່ານສາມາດຕິຊົມໄດ້, ຂໍຂອບໃຈ
Credit: https://levelup.gitconnected.com/6-tips-to-learn-programming-faster-fa76e21b4213